Intern, Workplace & Reception

  • Intern

Company Description

“ເພື່ອເປັນຜູ້ໃຫ້ບໍລິການຈັດສົ່ງອາຫານ ແລະ ເຄື່ອງໃຊ້ປະຈຳວັນທີ່ທ່ານມັກທີ່ສຸດ!” - ນັ້ນແມ່ນພາລະກິດຂອງພວກເຮົາຢູ່ ຟູດແພນດ້າ ('f' ຂະໜາດນ້ອຍ).

ຟູດແພນດ້າ ແມ່ນແພລັດຟອມຈັດສົ່ງອາຫານ ແລະ ເຄື່ອງໃຊ້ທີ່ໃຫຍ່ທີ່ສຸດໃນອາຊີ, ນອກປະເທດຈີນ. ດໍາເນີນທຸລະກິດຢູ່ຫຼາຍກວ່າ 400 ເມືອງໃນທົ່ວ 11 ຕະຫຼາດ, ພວກເຮົາສືບຕໍ່ຂະຫຍາຍ ແລະ ເຕີບໂຕໃນທຸລະກິດຈັດສົ່ງອາຫານຫຼັກຂອງພວກເຮົາ, ເຊັ່ນດຽວກັນກັບໃນຂະແໜງທຸລະກິດໃໝ່ເຊັ່ນ: ການຈັດສົ່ງເຄື່ອງໃຊ້, ໂດຍຜ່ານໂຄງສ້າງພື້ນຖານທາງເຕັກໂນໂລຢີທີ່ເຂັ້ມແຂງເຊິ່ງເປັນແກ່ນຫຼັກຂອງພວກເຮົາ. ຟູດແພນດ້າ ຢູ່ໃກ້ທ່ານພຽງແຕ່ປາຍນິ້ວ, ທ່ານຈະໄດ້ທຸກສິ່ງທີ່ທ່ານຕ້ອງການຢ່າງວ່ອງໄວ ແລະ ສະດວກສະບາຍ ຈາກຮ້ານອາຫານ-ຄູ່ຮ່ວມທຸລະກິດ, ເຮືອນຄົວອອນໄລນ໌ ແລະ ຮ້ານຂາຍເຄື່ອງຍ່ອຍອອນໄລນ໌ຂອງພວກເຮົາ!

ຖ້າທ່ານມັກເຮັດວຽກກັບເຕັກໂນໂລຊີ ເພື່ອສ້າງວິທີແກ້ໄຂ ແລະ ບໍ່ຢ້ານທີ່ຈະລົງມືເຮັດສິ່ງຕ່າງໆໃຫ້ສຳເລັດ, ທ່ານຈະພົບສິ່ງເຫຼົ່ານັ້ນທີ່ ຟູດແພນດ້າ. ຟູດແພນດ້າ ປະກອບດ້ວຍຜູ້ຄົນຈາກກວ່າ 60 ສັນຊາດ, ແລະ ພວກເຮົາເຊື່ອໝັ້ນໃນການເອົາຊະນະດ້ວຍຄວາມຫຼາກຫຼາຍ.

ຟູດແພນດ້າ ແມ່ນໜຶ່ງໃນກຸ່ມບໍລິສັດ ເດລິເວີຣີ ຮີໂຣ, ທີ່ເປັນຜູ້ນຳທາງດ້ານແພລັດຟອມຈັດສົ່ງອາຫານທ້ອງຖິ່ນລະດັບໂລກ ທີ່ດໍາເນີນທຸລະກິດຢູ່ໃນ 70+ ປະເທດທົ່ວໂລກ."

Job Description

  • ເຮັດໜ້າທີ່ເປັນຈຸດຕິດຕໍ່ທຳອິດ ສຳລັບແຂກພາຍນອກ ດ້ວຍການບໍລິການລູກຄ້າທີ່ເປັນເລີດ ແລະ ກິລິຍາສຸພາບ;
  • ຮັບສາຍ, ຄັດກອງ, ແລະ ສົ່ງຕໍ່ ສາຍໂທລະສັບ ຫຼື ຄຳຖາມ ໃຫ້ຝ່າຍ/ບຸກຄົນທີ່ກ່ຽວຂ້ອງ;
  • ໃຫ້ຂໍ້ມູນພື້ນຖານ ແລະ ຖືກຕ້ອງ ແບບເຊິ່ງໜ້າ, ທາງໂທລະສັບ/ອີເມລ;
  • ຮັບ, ຈັດລຽງ ແລະ ແຈກຢາຍຈົດໝາຍ/ພັດສະດຸໃນແຕ່ລະມື້;
  • ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງຝ່າຍຕ້ອນຮັບ ພ້ອມອຸປະກອນເຄື່ອງຂຽນ ແລະ ວັດສະດຸທີ່ຈຳເປັນທັງໝົດ;
  • ຮັກສາຄວາມປອດໄພຂອງສຳນັກງານ ໂດຍປະຕິບັດຕາມຂັ້ນຕອນຄວາມປອດໄພ ແລະ ຄວບຄຸມການເຂົ້າ-ອອກຜ່ານທາງຝ່າຍຕ້ອນຮັບ;
  • ຊ່ວຍກະກຽມກອງປະຊຸມ, ງານສຳມະນາ, ຫ້ອງຝຶກອົບຮົມ, ກິດຈະກຳຕ່າງໆ, ການຕົກແຕ່ງ, ອາຫານ, ທີ່ພັກ, ການຂົນສົ່ງ ແລະ ເວັບໄຊທ໌ ຖ້າຈຳເປັນ;
  • ສະໜັບສະໜູນຝ່າຍບໍລິຫານຫ້ອງການ ເພື່ອສ້າງຄວາມປ່ຽນແປງໄປໃນທາງທີ່ດີ ໃນການປັບປຸງຂະບວນການບໍລິຫານຈັດການ ແລະ ປະສົບການຂອງພະນັກງານ;
  • ປະຕິບັດໜ້າທີ່ອື່ນໆ ຕາມທີ່ຖືກມອບໝາຍ.

Qualifications

  • ຍິນດີຕອນຮັບນັກສຶກສາຈົບໃໝ່;
  • ມີຄວາມສາມາດໃນການສື່ສານ ແລະ ມີສ່ວນຮ່ວມກັບທຸກພາກສ່ວນໄດ້ດີ;
  • ມີຄວາມໃສ່ໃຈໃນລາຍລະອຽດ ແລະ ຄວາມສາມາດໃນການພັດທະນາໃຫ້ທັນກັບສະພາບແວດລ້ອມທີ່ມີການປ່ຽນແປງໄວ, ມີລະບົບ ແລະ ການຈັດລະບຽບທີ່ດີ, ມີຄວາມຄິດສ້າງສັນ ແລະ ຄວາມຄິດນອກກອບ;
  • ເຕັມໃຈທີ່ຈະຮຽນຮູ້ສິ່ງໃໝ່ໆ, ເຕີບໂຕ ແລະ ມີແຮງຈູງໃຈໃນການເຮັດວຽກທີ່ທ້າທາຍອື່ນໆ;
  • ມີທັກສະໃນການຈັດການວຽກ-ເວລາທີ່ດີ ແລະ ມີຄວາມສາມາດໃນການເຮັດວຽກຫຼາຍຢ່າງພ້ອມກັນ;
  • ມີທັດສະນະຄະຕິໃນການບໍລິການລູກຄ້າທີ່ດີ;
  • ສາມາດເຮັດວຽກພາຍໃຕ້ຄວາມກົດດັນໃນສະພາບແວດລ້ອມທີ່ປ່ຽນແປງຢ່າງວ່ອງໄວ;
  • ມີຄວາມຊຳນານໃນການນຳໃຊ້ Email, MS Office ແລະ Google Suite;
  • ສາມາດໃຊ້ພາສາລາວ ແລະ ພາສາອັງກິດໄດ້ດີ (ທັງການເວົ້າ ແລະ ການຂຽນ).

Additional Information

  • ສະພາບແວດລ້ອມການເຮັດວຽກແບບໄດນາມິກ ແລະ ທ້າທາຍ ທີ່ເຕັມໄປດ້ວຍການຮຽນຮູ້ຕະຫຼອດເວລາ.
  • ວັດທະນະທຳອົງກອນທີ່ສົ່ງເສີມໃຫ້ທຸກຄົນເປັນເຈົ້າການໃນວຽກ ແລະ ສາຍອາຊີບຂອງທ່ານ.
  • ບັນຍາກາດການເຮັດວຽກທີ່ມ່ວນຊື່ນ ທີ່ມາພ້ອມກັບກິດຈະກຳຂອງທີມ ແລະ ບໍລິສັດຢ່າງສະໝ່ຳສະເໝີ.
  • ໂອກາດໃນການເປັນສ່ວນໜຶ່ງພາຍໃນທີມທີ່ມີຄວາມສຸກ, ມີຄວາມເປັນມືອາຊີບ, ມີຊີວິດຊີວາ, ແລະ ມີຄວາມ SMART ທີ່ມຸ້ງໝັ້ນໃນຄວາມຫຼາກຫຼາຍ ແລະ ການຢູ່ຮ່ວມກັນ.
  • ມຸ້ງໝັ້ນທີ່ຈະພັດທະນາທ່ານທັງໃນດ້ານສ່ວນຕົວ ແລະ ດ້ານອາຊີບ.
Privacy Notice