Associate, Vendor Incubation
- Full-time
Company Description
“ເພື່ອເປັນຜູ້ໃຫ້ບໍລິການຈັດສົ່ງອາຫານ ແລະ ເຄື່ອງໃຊ້ປະຈຳວັນທີ່ທ່ານມັກທີ່ສຸດ!” - ນັ້ນແມ່ນພາລະກິດຂອງພວກເຮົາຢູ່ ຟູດແພນດ້າ ('f' ຂະໜາດນ້ອຍ).
ຟູດແພນດ້າ ແມ່ນແພລັດຟອມຈັດສົ່ງອາຫານ ແລະ ເຄື່ອງໃຊ້ທີ່ໃຫຍ່ທີ່ສຸດໃນອາຊີ, ນອກປະເທດຈີນ. ດໍາເນີນທຸລະກິດຢູ່ຫຼາຍກວ່າ 400 ເມືອງໃນທົ່ວ 11 ຕະຫຼາດ, ພວກເຮົາສືບຕໍ່ຂະຫຍາຍ ແລະ ເຕີບໂຕໃນທຸລະກິດຈັດສົ່ງອາຫານຫຼັກຂອງພວກເຮົາ, ເຊັ່ນດຽວກັນກັບໃນຂະແໜງທຸລະກິດໃໝ່ເຊັ່ນ: ການຈັດສົ່ງເຄື່ອງໃຊ້, ໂດຍຜ່ານໂຄງສ້າງພື້ນຖານທາງເຕັກໂນໂລຢີທີ່ເຂັ້ມແຂງເຊິ່ງເປັນແກ່ນຫຼັກຂອງພວກເຮົາ. ຟູດແພນດ້າ ຢູ່ໃກ້ທ່ານພຽງແຕ່ປາຍນິ້ວ, ທ່ານຈະໄດ້ທຸກສິ່ງທີ່ທ່ານຕ້ອງການຢ່າງວ່ອງໄວ ແລະ ສະດວກສະບາຍ ຈາກຮ້ານອາຫານ-ຄູ່ຮ່ວມທຸລະກິດ, ເຮືອນຄົວອອນໄລນ໌ ແລະ ຮ້ານຂາຍເຄື່ອງຍ່ອຍອອນໄລນ໌ຂອງພວກເຮົາ!
ຖ້າທ່ານມັກເຮັດວຽກກັບເຕັກໂນໂລຊີ ເພື່ອສ້າງວິທີແກ້ໄຂ ແລະ ບໍ່ຢ້ານທີ່ຈະລົງມືເຮັດສິ່ງຕ່າງໆໃຫ້ສຳເລັດ, ທ່ານຈະພົບສິ່ງເຫຼົ່ານັ້ນທີ່ ຟູດແພນດ້າ. ຟູດແພນດ້າ ປະກອບດ້ວຍຜູ້ຄົນຈາກກວ່າ 60 ສັນຊາດ, ແລະ ພວກເຮົາເຊື່ອໝັ້ນໃນການເອົາຊະນະດ້ວຍຄວາມຫຼາກຫຼາຍ.
ຟູດແພນດ້າ ແມ່ນໜຶ່ງໃນກຸ່ມບໍລິສັດ ເດລິເວີຣີ ຮີໂຣ, ທີ່ເປັນຜູ້ນຳທາງດ້ານແພລັດຟອມຈັດສົ່ງອາຫານທ້ອງຖິ່ນລະດັບໂລກ ທີ່ດໍາເນີນທຸລະກິດຢູ່ໃນ 70+ ປະເທດທົ່ວໂລກ."
Job Description
- ສ້າງຄວາມເຊື່ອໝັ້ນ ແລະ ສ້າງສາຍສຳພັນທີ່ດີຕໍ່ຄູ່ຮ່ວມທຸລະກິດ;
- ຕິດຕາມ, ແນະນຳ ແລະ ສ້າງຮ້ານທີ່ຫາກໍ່ເປີດຂາຍໃໝ່ໃນລະບົບ ໃຫ້ເປັນຮ້ານທີ່ມີຄຸນະພາບ ແລະ ສາມາດສ້າງຍອດຂາຍໄດ້;
- ຕິດຕາມ, ໃຫ້ຄຳແນະນຳໃນການບໍລິຫານຈັດການຮ້ານ ແລະ ຊ່ວຍແກ້ໄຂບັນຫາຕ່າງໆໃຫ້ຮ້ານ;
- ຕິດຕາມ ແລະ ແນະນຳຮ້ານ ເພື່ອເຮັດໃຫ້ຮ້ານທີ່ຕົນເອງດູແລກາຍເປັນຮ້ານທີ່ມີຄຸນນະພາບ ໄດ້ຕາມມາດຕະຖານດ້ານຕ່າງໆ ຕາມຂໍ້ກຳນົດຮ້ານຄູ່ຮ່ວມທຸລະກິດໃນຟູດແພນດ້າ ເຊັ່ນ: ອັດຕາການເປີດ-ປິດຮ້ານ, ອັດຕາອໍເດີ້ຍົກເລີກ, ການເຂົ້າລະບົບການຈັດການຮ້ານ ແລະ ອື່ນໆ;
- ໃຫ້ຄຳປຶກສາ ແລະ ນຳສະເໜີເຄື່ອງມືທາງການຕະຫລາດຕ່າງໆ ທີ່ຈະເປັນການຊ່ວຍເພີ່ມຍອດຂາຍໃຫ້ຮ້ານ;
- ດຳເນີນວຽກງານໃນການແກ້ໄຂບັນຫາສຳຄັນຕ່າງໆ ຕາມການມອບໝາຍຂອງພະແນກ;
- ເປັນເຈົ້າໃນໜ້າວຽກຕົນເອງ, ມີຄວາມຮັບຜິດຊອບສູງ ແລະ ບັນລຸເປົ້າຂອງຕົນ;
- ມີຄວາມຄິດສ້າງສັນໃນວິທີການ ຫຼື ກົນລະຍຸດໃນການແນະນຳຮ້ານຄູ່ຮ່ວມທຸລະກິດ;
- ວຽກງານອື່ນໆ ທີ່ຖືກມອບໝາຍ.
Qualifications
- ສຳເລັດການສຶກສາຊັ້ນສູງ ຫຼື ປະລິນຍາຕີສາຂາ ການຕະຫຼາດ, ບໍລິຫານທຸລະກິດ ແລະ ສາຂາອື່ນໆທີ່ກ່ຽວຂ້ອງ
- ມີປະສົບການກ່ຽວຂ້ອງໃນດ້ານການຂາຍ ຫຼື ການບໍລິການມາກ່ອນ ຢ່າງຕ່ຳ 1 ປີ
- ຖ້າມີປະສົບກ່ຽວກັບການພົວພັນກັບຮ້ານອາຫານມາກ່ອນຈະພິຈາລະນາເປັນພິເສດ
- ສາມາດນຳໃຊ້ Email ແລະ G-Suite
- ສາມາດສື່ສານ ແລະ ນຳໃຊ້ພາສາອັງກິດຂັ້ນພື້ນຖານໄດ້
- ອັດທະຍາໄສດີ, ມີຄວາມຮັບຜິດຊອບສູງ ແລະ ເປີດໃຈທີ່ຈະຮັບມືກັບຄວາມທ້າທາຍຕ່າງໆ
- ເປັນຄົນທັນສະໄໝ, ສາມາດນໍາໃຊ້ສື່ອອນລາຍຕ່າງໆ ແລະ ມີການປັບໂຕ ຫຼື ຮຽນຮູ້ໄດ້ໄວ
Additional Information
- ສະພາບແວດລ້ອມການເຮັດວຽກແບບໄດນາມິກ ແລະ ທ້າທາຍ ທີ່ເຕັມໄປດ້ວຍການຮຽນຮູ້ຕະຫຼອດເວລາ.
- ວັດທະນະທຳອົງກອນທີ່ສົ່ງເສີມໃຫ້ທຸກຄົນເປັນເຈົ້າການໃນວຽກ ແລະ ສາຍອາຊີບຂອງທ່ານ.
- ບັນຍາກາດການເຮັດວຽກທີ່ມ່ວນຊື່ນ ທີ່ມາພ້ອມກັບກິດຈະກຳຂອງທີມ ແລະ ບໍລິສັດຢ່າງສະໝ່ຳສະເໝີ.
- ໂອກາດໃນການເປັນສ່ວນໜຶ່ງພາຍໃນທີມທີ່ມີຄວາມສຸກ, ມີຄວາມເປັນມືອາຊີບ, ມີຊີວິດຊີວາ, ແລະ ມີຄວາມ SMART ທີ່ມຸ້ງໝັ້ນໃນຄວາມຫຼາກຫຼາຍ ແລະ ການຢູ່ຮ່ວມກັນ.
- ຄ່າຕອບແທນທີ່ໜ້າດຶງດູດໃຈ, ເງິນອຸດໜູນ, ເບ້ຍລ້ຽງ, food perks, ປະກັນໄພ ແລະ ອື່ນໆ.
- ມຸ້ງໝັ້ນທີ່ຈະພັດທະນາທ່ານທັງໃນດ້ານສ່ວນຕົວ ແລະ ດ້ານອາຊີບ.